ທະນາຄານ ຮ່ວມພັດທະນາ ( JDB) ໄດ້ເປີດໜ່ວຍບໍລິການ ອຸດົມໄຊ ຢ່າງເປັນທາງການ ວັນທີ 31 ຕຸລາ 2014
“ ການເປີດໜ່ວຍບໍລິການໃໝ່ ແມ່ນໜື່ງໃນແຜນຕໍ່ຍອດການບໍລິການໃຫ້ເຂົ້າເຖິງ ລູກຄ້າຫຼາຍຂື້ນ ໂດຍເນັ້ນການພັດທະນາລະບົບການບໍລິການຢ່າງຕໍ່ເນື່ອງ ພ້ອມນັ້ນທະນາຄານຍັງກຽມນຳຫຼາກຫຼາຍ ບໍລິການ ທີ່ດີໃຫ້ແກ່ລູກຄ້າ ”
ອີກໜື່ງບາດກ້າວການຂະຫຍາຍຕົວຂອງທະນາຄານ ຮ່ວມພັດທະນາ ( JDB) ພາຍຫຼັງທີ່ໄດ້ເປີດໜ່ວຍບໍລິ ການທີ່ແຂວງ ໄຊຍະບູລີ ໃນເດືອນກັນຍາທີ່ຜ່ານມາ ມາຮອດທ້າຍເດືອນຕຸລາ ກໍ່ໄດ້ເປີດອີກໜ່ວຍບໍລິການ ທີ່ແຂວງ ອຸດົມໄຊ ພ້ອມນັ້ນຍັງໄດ້ມີແຜນເພີ່ມໜ່ວຍບໍລິການອີກທັງພາກເໜືອ ແລະ ພາກໃຕ້ໃນໄວໆນີ້ ເພື່ຶອໃຫ້ລູກຄ້າສາມາດເຂົ້າເຖິງການບໍລິການທີ່ສະດວງວ່ອງໄວ.
ການເປີດໜ່ວຍບໍລິການໃໝ່ ແມ່ນໜຶ່ງໃນແຜນຕໍ່ຍອດ ການບໍລິການໃຫ້ເຂົ້າເຖິງລູກຄ້າຫຼາຍຂື້ນ ໂດຍເນັ້ນການພັດທະນາລະບົບການບໍລິການຢ່າງຕໍ່ເນື່ອງ ເພື່ອສ້າງຄວາມສະດວກ, ຖືກຕ້ອງ , ວ່ອງໄວ, ມີປະສິດທິພາບ ແລະ ມີຄວາມໂປ່ງໃສ .
ໂອກາດເປີດໜ່ວຍບໍລິການອຸດົມໄຊເມື່ອວັນທີ 31 ຕຸລາ 2014 ນີ້. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຫຼ້າ ລິ້ງນະສອນ ເລຂາພັກແຂວງ ເຈົ້າແຂວງ ແຂວງອຸດົມໄຊ ແລະ ຄະນະຈາກທະນາຄານແຫ່ງ ສປປ ລາວ , ຄະນະປົກຄອງເມືອງໄຊ ,ນັກທຸລະກິດ ແລະ ຊາວຄ້າຂາຍກໍໄດ້ໃຫ້ກຽດເຂົ້າຮ່ວມ. ທ່ານ ສູນທອນ ຈັນທະວົງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມພັດທະນາ ຂື້ນກ່າວເປີດງານຢ່າງເປັນທາງການ ໂດຍໄດ້ກ່າວວ່າ : ການເປີດໜ່ວຍບໍລິການຂອງທະນາຄານ ໃນໄລຍະທີ່ຜ່ານມານັ້ນ ນັບວ່າປະສົບຜົນສຳເລັດເປັນຢ່າງຍິ່ງ ທີ່ໄດ້ຮັບການຊ່ວຍເຫຼືອ ແລະ ໄວ້ວາງໃຈຈາກພາກລັດ , ເອກະຊົນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າດ້ວຍດີຕະຫຼອດມາ , ການເປີດໜ່ວຍບໍລິການທີ່ອຸດົມໄຊໃນຄັ້ງນີ້ ກໍ່ແມ່ນແຜນການຕໍ່ຍອດບໍລິການໃຫ້ເຂົ້າເຖິງລູກຄ້າ ແລະ ອຳນວຍຄວາມສະດວກສະບາຍໃຫ້ລູກຄ້າຫຼາຍຂື້ນ .
ໃນອານາຄົດອັນໃກ້ນີ້ ທະນາຄານຮ່ວມພັດທະນາຈະເພີ່ມບໍລິການໃໝ່ໃຫ້ມີຄວາມຫຼາກຫຼາຍຂື້ນ ກວ່າເກົ່າທີ່ຈະເສີມສ້າງເຕັກໂນໂລຊີທີ່ຈະພາໃຫ້ລູກຄ້າມີຄວາມ ຄ່ອງຕົວໃນການໃຊ້ບໍລິການທະນາຄານຮ່ວມພັດທະນາເຊັ່ນ:ບັດ ATM ໜຶ່ງບັດສາມາດຖອນໄດ້ 4 ບັນຊີ, ການຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ, ຄ່າໂທລະສັບ ແລະຊື້ບັດເຕີມເງິນໂທລະສັບ ໂດຍຜ່ານຕູ້ATM ພ້ອມດຽວກັນນັ້ນທະນາຄານຮ່ວມພັດທະນາ ຍັງນຳໃຊ້ລະບົບ E-Banking, I-Banking ໃນການໂອນເງິນແລະ ຊຳລະຄ່າສິນຄ້າ ແລະ ການບໍລິການ ເຊິ່ງປຽບສະເໝືອນມີທະນາຄານຢູ່ກັບທ່ານຕະຫຼອດ 24 ຊົ່ວໂມງ. ພ້ອມກັນນັ້ນ ທ່ານສາມາດກວດກາການເຄື່ອນໄຫວຂອງບັນຊີ, ໂອນເງິນພາຍໃນບັນຊີ ແລະຊຳລະຄ່ານ້ຳ, ຄ່າໄຟຟ້າ,ຄ່າໂທລະສັບ ໂດຍຜ່ານມືຖືຂອງທ່ານ ແລະ ການບໍລິການ ຖອນເງິນສົດຈາກຕູ້ ATM ຂອງທະນາຄານ ອື່ນ ກໍສາມາດດຳເນີນການໄດ້ໃນໄວໆນີ້ .
ສຳນັກງານໃຫຍ່ ທະນາຄານຮ່ວມພັດທະນາ ຕັ້ງຢູ່ຖະໜົນ ລ້ານຊ້າງ ເລກທີ 82, ນະຄອນຫຼວງວຽງຈັນ, ສປປ ລາວ. ປະຈຸບັນທະນາຄານຮ່ວມພັດທະນາ ໄດ້ຂະຫຍາຍໜ່ວຍບໍລິການແລ້ວ 17 ໜ່ວຍ ເຊິ່ງຕັ້ງຢູ່ ທາດຫລວງ, ຫຼວງພະບາງ, ສີໄຄ, ວັງວຽງ, ປາກເຊ, ທ່າແຂກ, ສະຫວັນນະເຂດ, ປາກຊັນ, ຕົ້ນເຜີ້ງ(ບໍ່ແກ້ວ), ຫ້ວຍຊາຍ, ໄຊຍະບູລີ, ອຸດົມໄຊ, ຫຼວງນ້ຳທາ,ເຊໂນ, ລາວບາວ, ບູດ ສະຫວັນເວກັດ . ໃນທ້າຍ 2014 ນີ້ທະນາຄານໄດ້ເປີດໜ່ວຍບໍລິການຢ່າງເປັນທາງການເພີ່ມອີກຄື: ຊຳເໜືອ, ຊຽງຂວາງ, ດົງໂດກ, ຊ້າງຄູ້, ໜອງໜ້ຽວ…ແລະ ກຳລັງຂະຫຍາຍໜ່ວຍບໍລິການພາກໄຕ້ໃນໄວໆນີ້ ເຊັ່ນ: ສາລະວັນ , ອັດຕະປື , ເຊກອງ ແລະ ບັນດາຕົວເມືອງໃຫຍ່ຕື່ມອີກໃນຂອບເຂດທົ່ວປະເທດ. ເຊິ່ງແນໃສ່ບໍລິການທີ່ເປັນເລີດຕອບສະຫນອງການບໍລິການການເງິນໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແຫລ່ງທຶນທີ່ໝັ້ນຄົງ ໃນການດຳເນີນທຸລະກິດ ໂດຍການບໍລິການຈາກບຸກຄະລາກອນທີ່ມີຄວາມຊ່ຽວຊານສະເພາະດ້ານເນັ້ນການບໍລິການທີ່ເປັນມິຕິໃໝ່ ໃນ ສ.ປ.ປ.ລາວທີ່ໃສ່ໃຈທຸກລາຍລະອຽດ ຕ້ອນຮັບລູກຄ້າທຸກລະດັບດ້ວຍພະນັກງານຄຸນນະພາບທີ່ຮັກໃນວຽກງານບໍລິການ.
ໃນຄ່ຳຄືນ ວັນທີ 31 ຕຸລາ 2014 ທະນາຄານ ຮ່ວມພັດທະນາ ໄດ້ຈັດງານລ້ຽງພິທີເປີດໜ່ວຍບໍລິການອູດົມໄຊ ຢ່າງເປັນທາງການ. ເພື່ອເປັນການມອບໂຊກ ໃຫ້ລູກຄ້າ ລວມມູນຄ່າ 53,000,000 ກີບ. ເຊິ່ງຜູ້ໂຊກດີທີ່ ໄດ້ຮັບລາງວັນທີ 1 ບັນຊີເງິນຝາກ 20,000,000 ກີບ ໄດ້ແກ່ ນາງ ຄຳແພງ ແລະ ລາງວັນທີ 2 ບັນຊີເງິນຝາກ 10,000,000 ກີບ ໄດ້ແກ່ ນາງ ອະນຸລັກ ຊັງເຊີງ ແລະ ທ້າວ ໄພສານແກ້ວ ນອກຈາກນັ້ນຍັງມີ ລາງວັນບັນຊີເງິນຝາກມູນຄ່າ 2,000,0000 ກີບ 5 ລາງວັນ ແລະ ລາງວັນບັດATM ມູນຄ່າ 1,000,000 ກີບ 3ລາງວັນ ໃຫ້ແກ່ລູກຄ້າ. ທະນາຄານ ຮ່ວມພັດທະນາ ມີແຜນສືບຕໍ່ໃນການຈະເປີດໜ່ວຍຢ່າງເປັນທາງການ ທາງພາກເໜືອຕື່ມອີກໄວໆນີ້ ເຊັ່ນ: , ໜ່ວຍບໍລິການ ຫ້ວຍຊາຍ , ໜ່ວຍບໍລິການ ຫຼວງນ້ໍາທາ,ໜ່ວຍບໍລິການ ຊຳເໜືອ ແລະ ໜ່ວຍບໍລິການ ຊຽງຂວາງ.
“ ທະນາຄານ ຮ່ວມພັດທະນາ ພັດທະນາ ສູ່ຄວາມສຳເລັດທີ່ໝັ້ນຄົງ”