ບັນຊີເງິນຝາກປະຈຳ
ວັດຖຸປະສົງ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີ ໄລຍະເວລາກຳໜົດທີ່ທ່ານສາມາດເລືອກໄດ້ຕາມຄວາມເໝາະສົມຂອງທ່ານ ເຊັ່ນ: 6 ເດືອນ, 12 ເດືອນ, 24 ເດືອນ, 36 ເດືອນ ແລະ 60 ເດືອນ.ເຖິງກຳໜົດຈື່ງສາມາດຖອນຈຳນວນເງິນຝາກຕົ້ນ ແລະດອກເບ້ຍໄດ້.
ປະໂຫຍດທີ່ໄດ້ຮັບ:
ທ່ານໄດ້ຮັບຜົນຕອບແທນຈາກດອກເບ້ຍສູງ;
ສາມາດໃຊ້ເງິນໃນບັນຊີຂອງທ່ານເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ;
ທ່ານສາມາດເປີດບັນຊີເພື່ອເອົາດອກເບ້ຍເປັນລາຍເດືອນໄດ້ ເຊິ່ງຕົ້ນຕ້ອງ ຄົບກຳນົດຕາມທີ່ທ່ານໄດ້ກຳນົດໄວ້;
ສາມາດຕິດຕາມດອກເບ້ຍແລະ ຍອດເງິນຜ່ານລະບົບ Internet Banking;
ໃຊ້ເພື່ອເປັນຫຼັກຖານໃນການອອກບັດ Credit VISA.
ສະກຸນເງິນຝາກ:
- ກີບ
- ໂດລາສະຫະລັດ
- ບາດ
- ຢວນ
ເງື່ອນໄຂການໃຊ້ບໍລິການ:
- ວົງເງິນຝາກມີກຳນົດ ຂັ້ນຕ່ຳ ສຳຫລັບບຸກຄົນທົ່ວໄປ 2,000,000 ກີບ ຫຼື 300 ໂດລາ ຫຼື 10,000 ບາດ; ສຳລັບນິຕິບຸກຄົນ ຫຼື ອົງກອນຈັດຕັ້ງ
20,000,000 ກີບ ຫຼື 3,000 ໂດລາ ຫຼື 100,000 ບາດ; - ຖ້າຖອນເງິນຝາກມີກຳນົດກ່ອນກຳນົດ ບໍ່ຮອດ 3 ເດືອນ ຈະບໍ່ໄດ້ຮັບດອກເບ້ຍ ຫຼື ກາຍ 3 ເດືອນ ແຕ່ບໍ່ຮອດກຳນົດ ຈະຄິດໄລ່ດອກເບ້ຍ ຕາມອັດຕາດອກເບ້ຍເງິນຝາກປະຍັດ ແລະ ເກັບຄ່າທຳນຽນ 100,000 ກີບ ຫຼື 10 ໂດລາ ຫຼື 400 ບາດ ຫຼື 200 ຢວນ.
- ກໍລະນີລູກຄ້າເອົາເງິນມາຈຳນວນຫລາຍ ຫຼື ມີການຕໍ່ລອງອັດຕາດອກເບ້ຍ ຄະນະອຳນວຍການຈະເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີ.
ອັດຕາດອກເບ້ຍເງິນຝາກ:





ການເກັບຄ່າທຳນຽມປິດບັນຊີເງິນຝາກ ແລະ ການຄິດໄລ່ດອກເບ້ຍ:
- ການຮັບດອກເບ້ຍເມື່ອບໍ່ຄົບກໍານົດ
– ເມື່ອລູກຄ້າ ປິດບັນຊີເງິນຝາກປະຈໍາ ກ່ອນ 03 ເດືອນ ທຄຮ ຈະບໍ່ໄດ້ຄິດໄລ່ດອກເບ້ຍໃດໆໃຫ້ລູກຄ້າ ແລະ ທຄຮ ເກັບຄ່າທໍານຽມກັບລູກຄ້າ ແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ. ກໍລະນີຖອນບາງສ່ວນ ທຄຮ ຈະບໍ່ໄດ້ຄິດໄລ່ດອກເບ້ຍສ່ວນທີ່ຖອນໃຫ້ລູກຄ້າ ແລະ ສ່ວນຍອດທີ່ເຫຼືອ ໃຫ້ປະຕິບັດຕາມເງື່ອນໄຂຂອງການເປີດບັນຊີໃນເບື້ອງຕົ້ນ;
– ເມື່ອລູກຄ້າ ປິດບັນຊີເງິນຝາກປະຈໍາ ໄລຍະ 03ເດືອນຂຶ້ນໄປ ແຕ່ບໍ່ຄົບກໍານົດເວລາ ທຄຮ ຈະຄິດໄລ່ດອກເບ້ຍເງິນຝາກປະຢັດ ໃຫ້ລູກຄ້າ ແລະ ເກັບຄ່າທໍານຽມກັບລູກຄ້າ ແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ. ກໍລະນີ ຖອນບາງສ່ວນ ທຄຮ ຈະຄິດໄລ່ດອກເບ້ຍເງິນຝາກປະຢັດ ໃນສ່ວນທີ່ຖອນໃຫ້ລູກຄ້າ, ສ່ວນຍອດທີ່ເຫຼືອ ໃຫ້ປະຕິບັດຕາມເງື່ອນໄຂການເປີດບັນຊີໃນເບື້ອງຕົ້ນ. - ການຮັບດອກເບ້ຍ ລາຍເດືອນ ແລະ ລາຍປີ
– ເມື່ອລູກຄ້າ ປິດບັນຊີເງິນຝາກປະຈໍາ ກ່ອນ 03ເດືອນ ລູກຄ້າຈະບໍ່ໄດ້ຮັບດອກເບ້ຍໃດໆ ແລະ ລູກຄ້າຕ້ອງສົ່ງຄືນດອກເບ້ຍ ທີ່ ທຄຮ ໄດ້ຄິດໄລ່ໃຫ້ລູກຄ້າກ່ອນໜ້ານັ້ນ ແລະ ເກັບຄ່າທໍານຽມກັບລູກຄ້າ ແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ. ກໍລະນີ ລູກຄ້າ ຖອນບາງສ່ວນ ທຄຮ ຈະບໍ່ຄິດ ໄລ່ດອກເບ້ຍສ່ວນທີ່ຖອນໃຫ້ລູກຄ້າ. ແລະ ຍອດທີ່ເຫຼືອ ໃຫ້ປະຕິບັດຕາມເງື່ອນໄຂການເປີດບັນຊີໃນເບື້ອງຕົ້ນ.
– ກໍລະນີ ປິດບັນຊີເງິນຝາກປະຈໍາ ຫຼັງ 03ເດືອນຂຶ້ນໄປ ແຕ່ບໍ່ຄົບກໍານົດເວລາ ລູກຄ້າຕ້ອງໄດ້ສົ່ງດອກເບ້ຍທີ່ ທຄຮ ໄດ້ຄິດໄລ່ໃຫ້ລູກຄ້າ ຄືນ (ຖ້າຫາກວ່າ ລູກຄ້າຖອນບາງສ່ວນ ທຄຮ ຈະຄິດໄລ່ດອກເບ້ຍເງິນຝາກປະຢັດ ໃນສ່ວນທີ່ຖອນໃຫ້ລູກຄ້າ ສ່ວນຍອດທີ່ເຫຼືອໃຫ້ປະຕິບັດຕາມເງື່ອນໄຂການເປີດບັນຊີໃນເບື້ອງຕົ້ນ). - ການຮັບດອກເບ້ຍລ່ວງໜ້າ
– ເມື່ອລູກຄ້າປິດບັນຊີເງິນຝາກປະຈໍາ ກ່ອນ 03ເດືອນ ລູກຄ້າຈະບໍ່ໄດ້ຮັບດອກເບ້ຍໃດໆ ແລະ ລູກຄ້າ ຕ້ອງໄດ້ສົ່ງຄືນດອກເບ້ຍ ທີ່ ທຄຮ ໄດ້ຄິດໄລ່ໃຫ້ລູກຄ້າກ່ອນໜ້ານັ້ນ ພ້ອມທັງຊໍາລະຄ່າປັບໃໝ 3% ຂອງຈໍານວນດອກເບ້ຍທີ່ລູກຄ້າໄດ້ຮັບລ່ວງໜ້າ ແລະ ຕ້ອງຈ່າຍຄ່າທໍານຽມປິດບັນຊີແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ;
– ກໍລະນີ ປິດບັນຊີເງິນຝາກປະຈໍາ ຫຼັງ 03 ເດືອນຂຶ້ນໄປ ແຕ່ບໍ່ຄົບກໍານົດ ລູກຄ້າຕ້ອງໄດ້ສົ່ງຄືນດອກເບ້ຍທີ່ ທຄຮ ໄດ້ຄິດໄລ່ໃຫ້ລູກຄ້າກ່ອນໜ້ານັ້ນ ພ້ອມທັງຊໍາລະຄ່າປັບໃໝ 3% ຂອງຈໍານວນດອກເບ້ຍທີ່ລູກຄ້າໄດ້ຮັບລ່ວງໜ້າແລະ ລູກຄ້າຕ້ອງຈ່າຍຄ່າທໍານຽມປິດບັນຊີເງິນຝາກແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ; - ການຝາກຕໍ່ອັດຕະໂນມັດ (Auto Renew)
– ກໍລະນີ ບັນຊີເງິນຝາກປະຈໍາ ຄົບກໍານົດ ແລະ ລູກຄ້າບໍ່ໄດ້ມາຖອນ; ທຄຮ ຕ້ອງໄດ້ດໍາເນີນການຝາກຕໍ່ ອັດຕະໂນມັດ (Auto Renew) ເມື່ອລູກຄ້າມາຖອນຄັ້ງທີໜຶ່ງ ໃຫ້ຄິດໄລ່ອັດຕາດອກເບ້ຍຕາມແຕ່ລະ ກໍລະນີໃຫ້, ສ່ວນຄ່າທໍານຽມໃຫ້ຍົກເວັ້ນໃຫ້ລູກຄ້າ ຖ້າມີການຖອນຄັ້ງຕໍ່ໄປ (ບໍ່ຄົບກໍານົດ).
ໝາຍເຫດ: ບັນຊີຮັບດອກເບ້ຍລ່ວງໜ້າ ບໍ່ສາມາດຖອນບາງສ່ວນໄດ້.
- ເງື່ອນໄຂການປະກອບແບບຟອມ ເປີດບັນຊີເງິນຝາກຝາກມີກຳນົດ
– ລູກຄ້າຝາກມີກຳນົດຜະລິດຕະພັນໃດໜື່ງຄັ້ງທໍາອິດແມ່ນໄດ້ປະກອບແບບຟອມໃໝ່
– ໃນກໍລະນີ ລູກຄ້າເຄີຍມີບັນຊີແລ້ວ ຕ້ອງຝາກເພີ້ມຕາມເງື່ອນໄຂຜະລິດຕະພັນເບື້ອງຕົ້ນ ແມ່ນບໍ່ໄດ້ປະກອບແບບຟອມໃໝ່ ເຊື່ງບັນຊີເດີມ ຕ້ອງຍັງເຄື່ອນໄຫວຢູ່.
